ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍສູນກາງ 103 ກອງທັບ ສະຫຼຸບຜົນງານຂອງ ຄະນະຊ່ຽວຊານ
ສສ ຫວຽດນາມ ຊຸດທີ 01 ປະຈໍາປີ 202


ພິທີ ມອບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍຂອງ ໂຮງໝໍສູນກາງ 103 ກອງທັບ ໃຫ້ແກ່ຄະນະຊ່ຽວຊານໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ

    ວັນທີ 18 ສິງຫາ 2023 ນີ້, ໂຮງໝໍສູນກາງ 103 ກອງທັບ ສະຫຼຸບຜົນງານຂອງຄະນະຊ່ຽວຊານ ໂຮງໝໍສູນກາງ 108 ກອງທັບ ປະຊາຊົນ
ຫວຽດນາມ ຊຸດທີ 01 ປະຈໍາປີ 2023, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງ
ກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ກໍາມະການຄະນະພັກອົງການກົມໃຫຍ່
ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ ໂຮງໝໍສູນກາງ 103 ກອງທັບ, ຄະນະຫ້ອງ, ຄະນະພະ
ແນກ, ພະນັກງານແພດໝໍ ແລະ ຄະນະຊ່ຽວຊານ ສສ ຫວຽດນາມ ເຂົ້າຮ່ວມ.

     ສະຫາຍ ພັນຕີ ຟ້າມ ວັນ ລ້ວນ ຊ່ຽວຊານລະບົບຫາຍໃຈ ໄດ້ຂຶ້ນຜ່ານບົດລາຍງານຕະຫຼອດໄລຍະເວລາ 03 ເດືອນທີ່ໄດ້ປະຕິບັດໜ້າທີ່ຢູ່ ໂຮງ
ໝໍສູນກາງ 103 ກອງທັບ ປະຊາຊົນລາວ ເຊິ່ງຄະນະຊ່ຽວຊານໄດ້ຂຶ້ນຫ້ອງສອນພາກທິດສະດີ ແລະ ປະຕິບັດຕົວຈິງໃຫ້ພະນັກງານແພດໝໍ ໂຮງໝໍ
ສູນກາງ 103 ກອງທັບ, ຜັນຂະຫຍາຍການນໍາໃຊ້ ແລະ ການມອບໂອນເຕັກນິກການຜ່າຕັດຜົ້ງທ້ອງຜ່ານທໍ່, ປິ່ນປົວພະຍາດລະບົບຖ່າຍເທໃຫ້ແກ່
ພະແນກລະບົບຖ່າຍເທ, ຊ່ວຍເຫຼືອດ້ານວິຊາການ, ຍົກສູງຄວາມສາມາດຂອງພະແນກລະບົບຖ່າຍເທໃນການບົ່ງມະຕິ ແລະ ການປິ່ນປົວພະຍາດ
ບາງຊະນິດຂອງລະບົບຖ່າຍເທທີ່ພົບເຫັນຫຼາຍເຊັ່ນ: ໜິ້ວລະບົບຖ່າຍເທ, ກ້ອນເບົ້າຕ່ອມລູກໝາກ, ກ້ອນເບົ້າພົກຍ່ຽວ...ຄະນະຊ່ຽວຊານສາມາດ
ຜ່າຕັດບາງກໍລະນີຄົນເຈັບໜັກກໍລະນີສັບສົນ, ຜ່າຕັດສຸກເສີນເຊັ່ນ: ຜ່າຕັດເປີດເອົາໜິ້ວປະກາຍລັງ ແລະ ຫຼາຍກ້ອນ, ຜ່າຕັດອາບແຊໄຂ່ຫຼັງ, ຜ່າຕັດ
ເປີດລອກກ້ອນເບົ້າຕ່ອມລູກໝາກຂະໜາດໃຫຍ່, ຜ່າຕັດຜ່າທໍ່ຫຍິບພົກຍ່ຽວແຕກຍ້ອນອຸປະຕິເຫດ, ຜ່າຕັດຕັດຈອມຖົງນໍ້າໄຂ່ຫຼັງຜ່ານທໍ່ 2 ຄັ້໊ງ, ຜ່າ
ຕັດໜິ້ວໄຂ່ຫຼັງຜ່ານທໍ່ 10 ຄັ້ງ, ຜ່າຕັດໜິ້ວທໍ່ສົ່ງຜ່ານທໍ່ 13 ຄັ້ງ, ຜ່າຕັດຕັດໄຂ່ຫຼັງຜ່ານທໍ່ 1 ຄັ້ງ. ນອກນີ້, ຄະນະຊ່ຽວຊານຍັງໄດ້ຊ່ວຍເຫຼືອດ້ານວິຊາສະ
ເພາະ, ຍົກສູງຄວາມສາມາດໃນການບົ່ງມະຕິ, ເຊີດຊູ ແລະ ປິ່ນປົວບັນດາພະຍາດລະບົບຫາຍໃຈໃຫ້ທ່ານໝໍ, ແນະນໍາເຕັກນິກແທງດູດກ້ອນເບົ້າ
ປອດພາຍໃຕ້ເອໂກ່ນໍາທາງ, ແນະນໍາການວິເຄາະຜົນກວດນໍ້າເຍື່ອຫຸ້ມປອດ, ແນະນໍາການແທກເອົາເລືອດເຕັງກວດເເກ໊ສໃນເລືອດ ແລະ ວິເຄາະຜົນ
ກວດແກ໊ສໃນເສັ້ນເລືອດເຕັ້ນ, ແນະນໍາການນໍາໃຊ້ຢາຕ້ານເຊື້ອຢາງເໝາະສົມກັບການປິ່ນປົວອັກເສບປອດຢູ່ສາທາລະນະ, ອັກເສບປອດຢູ່ໂຮງໝໍ,
ແນະນໍາການບົ່ງສັ່ງ ແລະ ການປິ່ນປົວບໍາບັດດ້ວຍອົກຊີ, ແນະນໍາການຕິດຕາມ ແລະ ຕີລາຄາຄົນເຈັບອັກເສບປອດ, ແນະນໍາບັນດາກາກວດ ເພື່ອບົ່ງ
ມະຕິກ້ອນເລືອດກ້າມໃນເສັ້ນເລືອດປອດ, ແນະນໍາການບົ່ງມະຕິອັກເສບປອດດ່ວນຍ້ອນຫົວໃຈຊຸດໂຊມ, ກ້າມເນື້ອຫົວໃຈຂາດເລືອດ. ໃນພິທີ ຍັງ
ໄດ້ມອບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍຂອງ ໂຮງໝໍສູນກາງ 103 ກອງທັບ ໃຫ້ແກ່ຄະນະຊ່ຽວຊານໂຮງໝໍສູນກາງ 108 ກອງທັບ ປະຊາຊົນ
ຫວຽດນາມ ຊຸດທີ 01 ປະຈໍາປີ 2023 ຢ່າງສົມກຽດ.

     ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະຊ່ຽວຊານຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມ
ການເມືອງ-ນໍາພາແນວຄິດ, ຮັດແໜ້ນຄວາມສາມັກຄີປອງດອງຂອງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ສືບຕໍ່ຄົ້ນຄວ້າຮໍ່າ
ຮຽນ ແລະ ນໍາເອົາບົດຮຽນໃໝ່ໆ ທີ່ໄດ້ຈາກຄະນະຊ່ຽວຊານໄປປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ໄດ້ຮັບຜົນສໍາເລັດສູງ.

ແຫຼ່ງທີ່ມາ ອາຄົມ ສີພາລາ
ວັນທີ 22/08/2023